ກັບຄືນ


ພິທີເຊັນສັນຍາ ໂຄງການ ພັດທະນາເມືອງທັນສະໄໝ ນະຄອນຫຼວງ ວຽງຈັນ 450 ປີ (Smart City)
ໃນວັນທີ 21 ມີນາ 2025 , ທີ່ຕຶກລາດສະວົງ ນະຄອນຫຼວງວຽງຈັນ ພິທີເຊັນສັນຍາ ໂຄງການພັດທະນາເມືອງທັນສະ ໄໝນະຄອນຫຼວງວຽງຈັນ 450ປີ ຕາງໜ້າລົງນາມຄັ້ງນີ້ ໂດຍ ທ່ານ ຄຳຜາຍ ສີລາຊາ ປະທານ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ທີ່ເປັນເຈົ້າຂອງ ໂຄງການ ແລະ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ.
ເຊິ່ງເນື້ອໃນໃຈຄວາມຂອງ ໂຄງການນີ້ ກໍ່ເພື່ອພັດທະນາຕົວ ເມືອງນະຄອນຫຼວງໃຫ້ທັນສະໄໝ ໂດຍມີເນື້ອທີ່ລວມທັງໝົດ 2,372 ເຮັກຕາ ໃຫ້ກາຍເປັນຕົວເມືອງທັນ ສະໄໝທີ່ມີການບໍລິຫານຈັດການ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ
