ທຸລະກິດ ການກໍ່ສ້າງ

ທຸລະກິດ ການກໍ່ສ້າງ

ສ້າງຮາກຖານຄວາມໝັ້ນຄົງໃຫ້ແກ່ປະເທດຊາດ.

ທຸລະກິດ ການກໍ່ສ້າງ

ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ແມ່ນໜຶ່ງໃນບັນດາບໍລິສັດກໍ່ສ້າງແຖວໜ້າ ທີ່ມີສ່ວນຮ່ວມຢ່າງຕັ້ງໜ້າໃນການກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ ເພື່ອສ້າງຄວາມຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຫຼາຍແຂວງທົ່ວ ສປປ ລາວ. ບໍລິສັດພວກເຮົາ ມີຄວາມຊ່ຽວຊານໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ບໍ່ວ່າຈະເປັນທາງປູຢາງ, ທາງຄອນກີດ ແລະ ປະເພດອື່ນໆ ໂດຍໄດ້ນຳເອົາເຄື່ອງຈັກທີ່ທັນສະໄໝ ແລະ ເຕັກນິກການກໍ່ສ້າງສະໄໝໃໝ່ເຂົ້າມາໃຊ້ ເພື່ອຮັບປະກັນຄຸນນະພາບ ແລະ ສຳເລັດຕາມກຳນົດເວລາ.

ໂຄງການທີ່ພົ້ນເດັ່ນຂອງພວກເຮົາ ແມ່ນໂຄງການກໍ່ສ້າງ ເສັ້ນທາງ 450 ປີ, ເຊິ່ງເປັນໜຶ່ງໃນໂຄງການຍຸດທະສາດທີ່ສຳຄັນຂອງລັດຖະບານ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ. ນອກຈາກນັ້ນ, ບໍລິສັດຍັງໄດ້ສຳເລັດການກໍ່ສ້າງເສັ້ນທາງສາຍຫຼັກອື່ນໆ ເຊັ່ນ: ເສັ້ນທາງ 1D, ເສັ້ນທາງແຕ່ ເມືອງວຽງທອງ ຫາ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ແລະ ໂຄງການກໍ່ສ້າງທາງ ແຕ່ ເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ໂຄງການກໍ່ສ້າງເຄຫະສະຖານ ແລະ ເສັ້ນທາງ