
ທຸລະກິດ ບໍ່ແຮ່
ເປັນຜູ້ນຳໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດພື້ນຖານຂອງພາກພື້ນ.
ຂະແໜງການຂຸດຄົ້ນບໍ່ແຮ່
ພາບລວມ
ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ແມ່ນໜຶ່ງໃນວິສາຫະກິດທີ່ມີຄວາມຊ່ຽວຊານ ແລະ ມີປະສົບການອັນຍາວນານໃນຂະແໜງອຸດສາຫະກຳບໍ່ແຮ່. ດ້ວຍການປະກອບສ່ວນຂອງທີມງານວິຊາການຜູ້ຊ່ຽວຊານ ບວກກັບການນຳໃຊ້ເຄື່ອງຈັກທີ່ທັນສະໄໝ ແລະ ໄດ້ມາດຕະຖານ, ພວກເຮົາຈຶ່ງສາມາດດຳເນີນກິດຈະການບໍ່ແຮ່ໄດ້ຢ່າງມີປະສິດທິພາບສູງ. ປະຈຸບັນ, ພວກເຮົາໄດ້ຮັບອະນຸຍາດດຳເນີນກິດຈະການບໍ່ແຮ່ຫຼາຍປະເພດ ເປັນຕົ້ນແມ່ນ: ທອງ, ເຫຼັກ, ຊືນ, ອັງຕີມອນ, ບົກຊິດ, ສັງກະສີ, ແຮ່ຫາຍາກ, ຖ່ານຫີນ ແລະ ສັງກະສີ.
ການບໍລິຫານຈັດການຊັບພະຍາກອນທຳມະຊາດ
ພວກເຮົາໃຫ້ຄວາມສຳຄັນເປັນພິເສດຕໍ່ຫຼັກການບໍລິຫານຈັດການຊັບພະຍາກອນທີ່ດີ ໂດຍອີງໃສ່ປັດໄຈຕົ້ນຕໍດັ່ງນີ້:
ການນຳໃຊ້ໃຫ້ເກີດປະໂຫຍດສູງສຸດ: ບໍລິຫານຈັດການແຮ່ທາດທີ່ຄອບຄອງ ໂດຍນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນຂະບວນການຜະລິດ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ. ເນັ້ນການເພີ່ມຜົນຜະລິດໃຫ້ໄດ້ສູງສຸດ ແລະ ຫຼຸດຜ່ອນການສູນເສຍແຮ່ທາດໃນຂະບວນການຂຸດຄົ້ນໃຫ້ໜ້ອຍທີ່ສຸດ, ພ້ອມທັງຍົກລະດັບການປຸງແຕ່ງເພື່ອເພີ່ມມູນຄ່າໃຫ້ແກ່ຊັບພະຍາກອນແຮ່ທາດ.
ຄວາມໂປ່ງໃສ ແລະ ມາດຕະຖານ: ດຳເນີນທຸລະກິດດ້ວຍຄວາມໂປ່ງໃສ, ມີລະບົບການກວດສອບຂະບວນການເຮັດວຽກ ແລະ ຜົນຜະລິດໃຫ້ໄດ້ມາດຕະຖານຢ່າງສະໝໍ່າສະເໝີ. ດ້ວຍຄວາມເຊື່ອໝັ້ນຈາກລັດຖະບານ ແຫ່ງ ສປປ ລາວ, ພວກເຮົາຈຶ່ງໄດ້ຮັບສິດສຳປະທານໃນການສຳຫຼວດ ແລະ ຂຸດຄົ້ນແຮ່ທາດຫຼາຍຊະນິດ ເຊັ່ນ: ຄຳ, ແຮ່ຫາຍາກ, ຊືນ, ສັງກະສີ, ທອງແດງ, ອັງຕີມອນ, ບາລິດ, ຖ່ານຫີນ, ເຫຼັກ ແລະ ແຮ່ຕິດພັນອື່ນໆ.
ການບໍລິຫານຈັດການດ້ານສິ່ງແວດລ້ອມ
ພວກເຮົາຍຶດໝັ້ນໃນການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນເຂດໂຄງການ ທັງໄລຍະສັ້ນ ແລະ ໄລຍະຍາວ. ມີການຕິດຕາມ ແລະ ກວດກາຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມຢ່າງໃກ້ຊິດ. ຫາກມີບັນຫາເກີດຂຶ້ນ, ພວກເຮົາພ້ອມທີ່ຈະເຂົ້າໄປກວດສອບ ແລະ ວາງມາດຕະການແກ້ໄຂຢ່າງທັນການ. ນອກຈາກນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເຂດໂຄງການ ໃຫ້ມີອາຊີບທີ່ໝັ້ນຄົງ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ.
ພິທີເຊັນສັນຍາສຳປະທານ ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່






ພາບສະໜາມ ແລະ ການລົງເຮັດວຽກ







ສູນວິໄຈແຮ່ທາດ

