ທຸລະກິດ ພະລັງງານ

ທຸລະກິດ ພະລັງງານ

ຂັບເຄື່ອນເສດຖະກິດສີຂຽວ.

ພະລັງງານນໍ້າ

ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໄດ້ດຳເນີນທຸລະກິດດ້ານພະລັງງານຢ່າງຕໍ່ເນື່ອງ ດ້ວຍຄວາມໃສ່ໃຈຕໍ່ສິ່ງແວດລ້ອມ ແລະ ການພັດທະນາສັງຄົມ ເຊິ່ງໝາຍເຖິງການຂະຫຍາຍຕົວຢ່າງໝັ້ນຄົງ ໂດຍໄດ້ຮັບການຍອມຮັບ ແລະ ໄວ້ວາງໃຈຈາກທາງ ພັກ-ລັດ ບົນພື້ນຖານການດຳເນີນກິດຈະການທີ່ດີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມສູງ.

ຜົນປະໂຫຍດ

  • ສາມາດຜະລິດພະລັງງານໄຟຟ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ.

  • ຊ່ວຍບັນເທົາອຸທົກກະໄພ (ໄພນໍ້າຖ້ວມ) ໃນລະດູຝົນ.

  • ເປັນແຫຼ່ງເພາະພັນປານໍ້າຈືດ ແລະ ອະນຸລັກຊີວະນາໆພັນທາງນໍ້າ.

  • ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນຂົງເຂດໃກ້ຄຽງ.

ນະໂຍບາຍການດຳເນີນທຸລະກິດແບບຍືນຍົງ

  • ມຸ່ງໝັ້ນສູ່ຄວາມເປັນເລີດໃນການດຳເນີນງານ.

  • ຫຼຸດຜ່ອນຜົນກະທົບທາງລົບ ແລະ ເພີ່ມທະວີຜົນກະທົບທາງບວກຕໍ່ປະຊາຊົນ, ຊຸມຊົນ ແລະ ສັງຄົມ.

ຄວາມຮັບຜິດຊອບຕໍ່ສັງຄົມ (CSR)

ພວກເຮົາມີສ່ວນຮ່ວມໃນການພັດທະນາຊຸມຊົນ ໂດຍເລີ່ມຈາກພື້ນທີ່ອ້ອມຮອບເຂື່ອນໄຟຟ້າ ເຊິ່ງມີຂະບວນການປະເມີນຜົນ ແລະ ແກ້ໄຂຜົນກະທົບຢ່າງຕໍ່ເນື່ອງ. ນອກຈາກນີ້, ຍັງໄດ້ຮ່ວມມືກັບໜ່ວຍງານ ພັກ-ລັດ ທັງລະດັບທ້ອງຖິ່ນ ແລະ ສູນກາງ ເພື່ອພັດທະນາຄຸນນະພາບຊີວິດຂອງປະຊາຊົນໃນຫຼາຍດ້ານ ເຊັ່ນ:

  • ການສົ່ງເສີມການຈ້າງງານໃນທ້ອງຖິ່ນ.

  • ການພັດທະນາເດັກນ້ອຍ ແລະ ເຍົາວະຊົນ.

  • ການຝຶກອົບຮົມທັກສະວິຊາຊີບ.

  • ການເສີມສ້າງສຸຂະອານາໄມທີ່ດີໃນຊຸມຊົນ.

  • ການອະນຸລັກຊັບພະຍາກອນທຳມະຊາດ.

ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ

ພວກເຮົາໄດ້ດຳເນີນການປະເມີນຜົນກະທົບດ້ານສິ່ງແວດລ້ອມ (EIA) ຢ່າງເຂັ້ມງວດກ່ອນເລີ່ມໂຄງການ ເພື່ອໃຫ້ສາມາດຄຸ້ມຄອງ ແລະ ຄວບຄຸມຜົນກະທົບຢ່າງມີປະສິດທິພາບ. ນອກຈາກນີ້, ຍັງມີມາດຕະການປ້ອງກັນດ້ານຕ່າງໆ ເຊັ່ນ: ການຈັດການຄຸນນະພາບອາກາດ, ການຄຸ້ມຄອງຂີ້ເຫຍື້ອ ແລະ ການບໍລິຫານຈັດການປະລິມານນໍ້າ.

ໂຄງການທີ່ສຳເລັດ ແລະ ເປີດດຳເນີນການຜະລິດ

ເຂື່ອນໄຟຟ້ານໍ້າຮາວ

ໂຄງການທີ່ກຳລັງດຳເນີນການ

  • ເຂື່ອນໄຟຟ້ານໍ້າຈາດ 1 ແລະ 2: ຕັ້ງຢູ່ ເມືອງໄຊຈຳພອນ, ແຂວງບໍລິຄຳໄຊ.

  • ເຂື່ອນໄຟຟ້ານໍ້າຮຸນ 1 ແລະ 2: ຕັ້ງຢູ່ ເມືອງສຳພັນ, ແຂວງຜົ້ງສາລີ.

  • ເຂື່ອນໄຟຟ້ານໍ້າຍອນ 1, 2 ແລະ 3: ຕັ້ງຢູ່ ເມືອງພະບາດ (ທ່າພະບາດ), ແຂວງບໍລິຄຳໄຊ.

  • ເຂື່ອນໄຟຟ້ານໍ້າມ້າ 1, 2, 3, 4, 5, 6 ແລະ 7: ຕັ້ງຢູ່ ເມືອງສົບເບົ້າ, ເມືອງຊຽງຄໍ້ ແລະ ເມືອງແອດ, ແຂວງຫົວພັນ.

ພະລັງງານລົມ ແລະ ແສງຕາເວັນ

ໂຄງການພະລັງງານລົມ ແລະ ແສງຕາເວັນ ມີກຳລັງຕິດຕັ້ງລວມທັງໝົດ 1,200 MW, ໃນນັ້ນປະກອບມີ:

  • ພະລັງງານລົມ: 800 MW

  • ພະລັງງານແສງຕາເວັນ: 400 MW ສະຖານທີ່ຕັ້ງໂຄງການ: ເມືອງສະໝ້ວຍ, ເມືອງຕະໂອ້ຍ, ເມືອງຕູມລານ (ແຂວງສາລະວັນ) ແລະ ເຂດຄອນພະເພັງ.

ພິທີເຊັນບົດບັນທຶນຄວາມເຂົ້າໃຈ(MOU)ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ເຂດເມືອງດາກຈຶງ ແລະເມືອງກະລືມ ແຂວງເຊກອງ