
ທຸລະກິດ ໂລຈິສຕິກ
ເຊື່ອມໂຍງລາວສູ່ສາກົນ.
ຂັບເຄື່ອນທຸລະກິດຂອງທ່ານ ດ້ວຍມາດຕະຖານການຂົນສົ່ງທີ່ທັນສະໄໝ.
ໂຄງການຫຼັກຂອງເຮົາ:
ໂຄງການ ສະຖານີຂົນສົ່ງສິນຄ້າຄົບວົງຈອນ: ຕັ້ງຢູ່ເຂດບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື ໃນເນື້ອທີ່ 14.5 ເຮັກຕາ.
ຈຸດປະສົງ ແລະ ເປົ້າໝາຍ: ເພື່ອເປັນສູນບໍລິການຂົນສົ່ງສິນຄ້າ ແລະ ຄ່ຽນຖ່າຍສິນຄ້າ ທີ່ມີມາດຕະຖານລະດັບສາກົນ ເພື່ອຮອງຮັບການຂະຫຍາຍຕົວຂອງການຄ້າທັງພາຍໃນ ແລະ ຕ່າງປະເທດ.
ການພັດທະນາ: ເປັນສ່ວນໜຶ່ງໃນການສ້າງສາພັດທະນາເສດຖະກິດ-ສັງຄົມພາຍໃນແຂວງໃຫ້ເຂັ້ມແຂງ, ພັດທະນາພື້ນຖານໂຄງລ່າງຕາມແລວເສັ້ນທາງຍຸດທະສາດເສດຖະກິດ ໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານ ສປປ ລາວ, ພ້ອມທັງສົ່ງເສີມໃຫ້ທ້ອງຖິ່ນມີຄວາມຈະເລີນຍືນຍົງ.
ພິທີເປີດນຳໃຊ້ ສະຖານີຄ່ຽນຖ່າຍສິນຄ້າ (ແບບທົດລອງ) ຢູ່ເຂດດ່ານສາກົນ ພູເກືອ, ເມືອງພູວົງ, ແຂວງອັດຕະປື ຂອງບໍລິສັດ ລາຊາວຽງຊັບ ຈຳກັດຜູ້ດຽວ ຄັ້ງວັນທີ 18 ກັນຍາ 2025


ໂຄງການສ້າງສະຖານີຄ່ຽນຖ່າຍສິນຄ້າ (ແບບທົດລອງ) ຢູ່ເຂດດ່ານສາກົນ ພູເກືອ, ເມືອງພູວົງ, ແຂວງອັດຕະປື

ການ ບໍລິການ
- ຈຸດບໍລິການ ຂົນຖ່າຍສິນຄ້າຂຶ້ນ ຫລື ລົງພາຫະນະ
- ຈຸດບໍລິການ ຂົນຖ່າຍສິນຄ້າເຂົ້າ ຫລື ອອກຕູ້ສິນຄ້າ
- ຈຸດບໍລິການ ຂົນສົ່ງສິນຄ້າພາຍໃນ
- ຈຸດບໍລິການ ປ່ຽນແປງຫຸ້ມຫໍ່ພາຍນອກຂອງພາຫະນະບັນຈຸ ແລະ ຍຶດລອກສິນຄ້າ
- ຈຸດບໍລິການ ຝາກຕູ້ຄອນເທນເນີ
- ຈຸດບໍລິການ ຮັກສາຕູ້ສິນຄ້າ ຫລື ສິນຄ້າທົ່ວໄປ
- ຈູດບໍລິການ ເກັບຮັກສາຕູ້ສິນຄ້າ
- ຈຸດບໍລິການ ຈອດລົດຄ້າງຄືນ
- ຈຸດບໍລິການ ຊັ່ງນໍ້າໜັກ






