ກັບຄືນ

ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ປະກອບສ່ວນ ພິທິເປີດ ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ ເມືອງດາກຈຶງ ແຂວງເຊກອງ
ປົກປັກຮັກສາຮີດຄອງປະເພນີ ແລະ ສົ່ງເສີມການທ່ອງທ່ຽວ: ກຸ່ມບໍລິສັດ ດວງຈະເລີນ ໄດ້ຮ່ວມຊຸກຍູ້ງານບຸນຊ່ວງເຮືອປະເພນີ ປະຈຳປີ 2026.
ໃນວັນທີ 29 ມີນາ 2026, ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຊຸກຍູ້ໃນພິທີເປີດ ງານບຸນຊ່ວງເຮືອປະເພນີ ປະຈຳປີ 2026 ທີ່ ເມືອງດາກຈຶງ, ແຂວງເຊກອງ ເປັນເງິນຈໍານວນ 100,000,000 ກີບ.
ທັງນີ້ ກໍເພື່ອເປັນການອະນຸລັກ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ພ້ອມທັງເປັນການຊຸກຍູ້ວຽກງານການທ່ອງທ່ຽວຂອງເມືອງ ແລະ ແຂວງ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ບົນພື້ນຖານການພັດທະນາສັງຄົມຄຽງຄູ່ກັບການດຳເນີນທຸລະກິດ.