ກັບຄືນ

ພິທີເຊັນສັນຍາ ຮັບເໝົາກໍ່ສ້າງ ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກທີ 12
ໃນວັນທີ 22 ພຶດສະພາ 2025 ໄດ້ມີພິທີເຊັນສັນຍາລະຫວ່າງ ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ພັນນິວໍລະກິດ ກໍ່ສ້າງ ແລະ ຂົນສົ່ງ ຈໍາກັດ ຮ່ວມກັບ ບໍລິສັດ ມະນີຊັບ ພັດທະນາກໍ່ສ້າງ ແລະ ການຄ້າຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ (ສັນຍາ 1), ບໍລິສັດ ວິວັດກໍ່ສ້າງ ຈໍາກັດ ຮ່ວມກັບ ບໍລິສັດ PA ກໍ່ສ້າງ ຈໍາກັດຜູ້ດຽວ (ສັນຍາ 2) ທີ່ໄດ້ຈັດຂຶ້ນທີ່ ຕຶກລາດສະວົງ.
ເພື່ອເປັນການປັບປຸງເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ແຕ່ ທ່າແຂກ ຫາ ດ່ານນາເພົ້າ, ແຂວງຄຳມ່ວນ ລວມໄລຍະທາງ 147.5 ກິໂລແມັດ ໂດຍໄດ້ຮັບທຶນ ກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກ ສໍານັກງານຄວາມຮ່ວມມືພັດທະນາເສດຖະກິດ ກັບ ປະເທດເພື່ອນບ້ານ (ອົງການມະຫາຊົນ, ປະເທດໄທ)